ລັດວິສະຫະກິດ ນ້ຳມັນເຊື້ອໄຟລາວ (ລນລ) ແມ່ນວິສາຫະກິດຂອງລັດ 100% ໄດ້ສ້າງຕັ້ງຂື້້ນໃນປີ 1976 ທີ່ເປັນຂະແໜງໜື່ງຂອງກະຊວງສະໜອງ ວັດຖຸ-ເຕັກນິກ. ໃນປີ 1980 ໄດ້ຈັດຕັ້ງເປັນບໍລິສັດສະໜອງວັດຖຸເຂື້ອໄຟ ແລະ ປີ 1986 ໄດ້ປ່ຽນຊື່ມາເປັນ ລັດວິສາຫະກິດນ້ຳມັນເຊື້ອໄຟລາວ ຈົນເຖີງປະຈຸບັນ. ຕໍ່ມາໃນປີ 1992 ໄດ້ມີການປະຕິຮູບການຈັດຕັ້ງຄືນໃໝ່ ເພື່ອໃຫ້ສອດຄ່ອງກັບ ສະພາບການດຳເນີນທຸລະກິດ ແລະຮັບໃຊ້ໜ້າທີ່ການເມືອງ ຕາມນະໂຍບາຍເປີດກ້ວາງຂອງລັດຖະບານ
ລນລ ມີໜ້າທີ່ພາລະບົດບາດ ທີ່ສຳຄັນ ຄື: ສະໜອງນນໍ້າມັນໃຫ້ແກ່ວຽກງານ ການສ້າງສາພັດທະນາ ເສດຖະກິດ-ສັງຄົມ ແລະວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບໃຫ້ພຽງພໍ ແລະ ທົ່ວເຖີງ, ໃນເວລາດຽວກັນ ລນລ ຍັງຕ້ອງເຮັດໜ້າທີ່ທຸລະກິດແຂ່ງກັນກັບບັນດາບໍລິສັດນ້ຳມັນເອກະຊົນອື່ນໆ. ໃນແຕ່ລະປີການນຳເຂົ້າແລະການຈຳໜ່າຍນ້ຳມັນ ໄດ້ມີຈຳນວນທີ່ເພີ່ມຂື້ນ ຕາມການຊົມ ໃຊ້ນ້ຳມັນຂອງປະເທດທີ່ສູງຂື້ນໃນແຕ່ລະປີ ແລະໄດ້ກາຍເປັນຜູ້ນຳທາງດ້ານສ່ວນແບ່ງທາງການຕະຫຼາດ.
ກິໂລແມັດທີ 7, ຖະໜົນ ໄກສອນ ພົມວິຫານ,ນະຄອນຫລວງວຽງຈັນ, ສປປລາວ, ຕູ້ໄປສະນີ: 1642
|
29,850 ກີບ |
|
23,450 ກີບ |
|
19,610 ກີບ |