| |
 |
ລາຄານໍ້າມັນວັນນີ້ |
| ແຂວງ: |
|
ແອດຊັງ ພ/ສ |
11,260 ກີບ |
ແອດຊັງ ທ/ດ |
9,880 ກີບ |
| ກາຊວນ |
8,750 ກີບ |
| ດາວໂຫລດ ຟຼອມລາວ |
|
|
ຍິນດີຕ້ອນຮັບສູ່ເວັບໄຊ໌ ນໍ້າມັນເຊື້ອໄຟລາວ
ຜ່ານການດຳເນີນງານ ແລະ ປະສົບການ 30 ປີຜ່ານມາ, ລນລ ມີຜົນສຳເລັດ ໃນການຂະຫຍາຍ ແລະ ພັດທະນາ ພື້ນຖານວັດຖຸ - ເຕັກນິກ ໄດ໊ເປັນຢ່າງດີ ແລະ ສາມາດ ເຮັດໃຫ້ການສະໜອງ ນ້ຳມັນ ໃຫ້ແກ່ວຽກງນ ພັດທະນາສັງຄົມ - ເສດຖະກິດ ແລະ ການປົກປັກຮັກສາ ສະພາບແວດລ້ອມ, ປະຈຸບັນ ລນລ ມີ 7 ສາຂາບໍລິສັດ ແລະ 1 ຕົວແທນປະຈຳແຂວງ, ມີສາງບັນຈຸນ້ຳມັນ ຕັ້ງຢູ່ທົວທຸກພາກ ຂອງ ປະເທດລາວ ຊຶ່ງລວມມີ ບໍລິມາດບັນຈຸ 22.5 ລິດ, ມີຫ້ອງທົດລອງ ສຳລັບວິໃຈນ້ຳມັນ, ພາກພື້ນດິນ ແລະ ນ້ຳມັນເຮືອ ບິນ ແລະ ມີປຳຈຳໜ່າຍ (ຕົວແທນນ້ຳມັນ) 265 ແຫ່ງ ໃນຂອບເຂດທົ່ວປະເທດ, ລນລ ຍັງມີຫົວໜວຍທຸລະກິດສຳຮອງ ຄື: ກອງຂົນສົ່ງນ້ຳມັນ, ກອງຜະລິດປະກອນເຕັກນິກ (ບໍລິສັດ ຕິດຕັ້ງ ແລະ ກໍ່ສ່າງ) ທີ່ຜະລິດຖັງນ້ຳມັນ ແລະ ເຮັດການກໍ່ສ້າງສາງບັນຈຸນ້ຳມັນ, ຕຶກອາຄານສຳນັກງານ ແລະ ອຶ່ນໆ, ໜ່ວຍບໍລິການນ້ຳມັນ, ເຮືອບິນ ທີ່ເຕີມນ້ຳມັນໃຫ້ກັບເຮືອບິນ ຂອງສາຍການບິນພາຍໃນ ແລະ ສາຍການບິນ ຕ່າງປະເທດສູນບໍລິການ ແກສ໌ຫຸງຕົ້ນ ຈຳໜາຍອາຍແກສຼ ແລະ ອຸປະກອນຄົວເຮືອນຕ່າງໆ.
ລນລ ໄດ້ກາຍເປັນ ບໍລິສັດທີ່ໄດຮັບຄວາມເຊື່ອຖື ຈາກນັກລົງທຶນທັງພາຍໃນ ແລະ ຕ່າງປະເທດໃນການສະໜອງນ້ຳມັນ ໃນກັບໂຄງການບັນກໍ່ສ້າງຂະໜາດໃຫ່ຍ ເຊັ່ນ: ຫຼາຍປີທີ່ຜ່ານມາ ລນລ ໄດ້ສະໜອງນຳມັນໃຫ້ໂຄງການກໍ່ສ້າງ ເຂື່ອນໄຟຟ້າຫ້ວຍເຫາະ, ໂຄງການສ້າງທາງເລກທີ 9 ທີ່ດຳເນີນການກໍ່ສ້າງໂດຍບໍລິສັດແດວູ, ໂອບາຢາຊິ, ແລະ ຮາຊິມາ ຕາມລຳດັບ, ໃນປະຈຸບັນ ລນລ ກຳລັງສະໜອງນ້ຳມັນໃ ຫ້ແກ່ໂຄງການຂຸດຄົ້ນບໍ່ ຄຳເຊໂປນ ທີ່ ແຂວງສະຫວັນນະເຂດ, ໂຄງການເຂື່ອນໄຟຟ້ານ້ຳງືມ 2, ເຂື່ອນໄຟຟ້າເຊຂະໝານ 3 ທີ່ແຂວງເຊກອງ ແລະ ເຂື່ອໄຟຟ້າເຊຂະໜານ 1 ທີ່ແຂວງ ອັດຕະປື

|